Submissions

Login or Register to make a submission.

Author Guidelines

ວາລະສານວິທະຍາສາດການເມືອງ-ການປົກຄອງ

ໄດ້ຮັບລະຫັດ ISSN ສະບັບພີມ: 3107-1163; ສະບັບອອນລາຍ E-ISSN: 3107-1171

ເນື່ອງຈາກວາລະສານວິທະຍາສາດການເມືອງ-ການປົກຄອງ ເປັນລະບົບເປີດ ຈິ່ງສາມາດເຂົ້າເຖິງອອນລາຍໂດຍບໍ່ເສຍຄ່າທຳນຽມໃນການເຂົ້າອ່ານ.

ຄວາມຖີ່ໃນການພິມເຜີຍແຜ່: 2 ສະບັບຕໍ່ປີ

  • ສະບັບທີ 1: ເດືອນມັງກອນ ຫາ ເດືອນມິຖຸນາ
  • ສະບັບທີ 2: ເດືອນກໍລະກົດ ຫາ ເດືອນທັນວາ
  • ນອກຈາກນັ້ນ ຍັງຈະຈັດພີມອີກເປັນສະບັບພິເສດເນື່ອງໃນວັນສຳຄັນຕ່າງໆຂອງຊາດ, ພັກ ແລະລັດ

ໄລຍະເວລາການສົ່ງບົດຄວາມ:

  • ສະບັບທີ 1: ເດືອນມັງກອນ ຫາ ເດືອນມິຖຸນາ
  • ສະບັບທີ 2: ເດືອນກໍລະກົດ ຫາ ເດືອນທັນວາ

ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ນັກວິຊາການຕ່າງໆ ທີ່ສົນໃຈຢາກຕີພີມລົງວາລະສານວິທະຍາສາດການເມືອງ-ການປົກຄອງ ສາມາດລົງທະບຽນ ແລະ ສົ່ງບົດຄົ້ນຄວ້າເພື່ອຕີພີມຕະຫຼອດປີ.

ແຈ້ງຜົນການພິຈາລະນາ: ພາຍໃນ 1 ເດືອນນັບຈາກວັນທີສົ່ງບົດຄວາມ.

ຄ່າທຳນຽມໃນການລົງຕີພີມໃນວາລະສານວິທະຍາສາດການເມືອງ-ການປົກຄອງ

  • ພະນັກງານ, ຄູອາຈານ, ນັກຄົ້ນຄວ້າ ຂອງ ສມປຊ 500,000 ກີບ/ບົດ;
  • ນັກສຶກສາ ສມປຊ, ນັກຄົ້ນຄວ້າ, ນັກວິທະຍາສາດທີ່ບໍ່ຂຶ້ນກັບ ສມປຊ 650,000 ກີບ/ບົດ. 

1. ມາດຕະຖານ ແລະ ເງື່ອນໄຂ ຂອງຄົ້ນຄວ້າວິທະຍາສາດ ລົງວາລະສານວິທະຍາສາດການເມືອງ - ການປົກຄອງ.

ບົດຄົ້ນຄວ້າວິທະຍາສາດ ທີ່ຈະສາມາດຈັດພິມເຜີຍແຜ່ໄດ້ ໃນວາລະສານວິທະຍາສາດ ການເມືອງ - ການປົກຄອງ ຕ້ອງປະກອບດ້ວຍມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:

1). ເປັນບົດຄົ້ນຄວ້າວິທະຍາສາດ ທີ່ບໍ່ເຄີຍໄດ້ຮັບການຈັດພິມເຜີຍແຜ່ ໃນຮູບແບບໃດໜຶ່ງມາກ່ອນ ເຊັ່ນ: ການເຜີຍແຜ່ ຫຼື ຈັດພິມຜ່ານວາລະສານ ຫຼື ຮູບແບບອອນລາຍ;

2). ບົດຄົ້ນຄວ້າວິທະຍາສາດ ຕ້ອງເປັນບົດທີ່ມີເນື້ອໃນເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຖືກຕ້ອງສອດຄ່ອງກັບແນວທາງ ຂອງພັກປະຊາຊົນປະຕິວັດລາວ;

3). ເປັນບົດວິທະຍາສາດ ທີ່ສຶກສາຄົ້ນຄວ້າ ແລະ ມີເນື້ອໃນກ່ຽວກັບຂົງເຂດການເມືອງ - ການປົກຄອງ (ການບໍລິຫານລັດ ແລະ ນະໂຍບາຍພາກລັດ), ຂົງເຂດວັດທະນະທຳ - ສັງຄົມ;

4). ເປັນບົດທີ່ໄດ້ຮັບການເຫັນດີ ຈາກຄະນະບັນນາທິການເນື້ອໃນປິດລັບ 2/3 ຂຶ້ນໄປ ແລະ ຄະນະບັນນາ ທິການໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;

5). ເນື້ອໃນຂອງບົດຄົ້ນຄວ້າວິທະຍາສາດ ແມ່ນເປັນພາສາລາວ ແລະ ມີຄວາມຍາວໃນລະຫວ່າງ 10 ຫາ 15 ໜ້າເຈ້ຍ A4. ໃນນັ້ນ, ລວມທັງຕາຕະລາງ, ຮູບພາບ, ເອກະສານອ້າງອີງ ແລະ ບົດຄັດຫຍໍ້ ຂອງບົດວິທະຍາສາດ;

6). ບົດວິທະຍາສາດ ທີ່ເປັນພາສາຕ່າງປະເທດ ຕ້ອງແປເປັນພາສາລາວ ແລ້ວເຮັດບົດຄັດຫຍໍ້ເປັນພາສາອັງກິດ; ສ່ວນບົດວິທະຍາສາດ ທີ່ເປັນພາສາລາວ ຕ້ອງມີບົດຄັດຫຍໍ້ເປັນພາສາອັງກິດ ຄັດຕິດມາພ້ອມ;

7). ມີໃບຢັ້ງຢືນການຊໍາລະການລົງທະບຽນ ຈາກກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລະບຽບ;

8). ໄລຍະຫ່າງຂອງແຖວທັງໝົດ ຂອງບົດວິທະຍາສາດ (line space) 1.15 Cm;

9). ເນື້ອໃນຂອງບົດ ແມ່ນສາມາດແຍກເປັນຫົວຂໍ້ ໂດຍການໃຊ້ລະບົບເລກໂຣມັນ “I., II., III., IV.” ສໍາລັບຫົວຂໍ້ໃຫຍ່ ແລະ ເລກສາກົນ “1., 2., 3., 4.” ສໍາລັບຫົວຂໍ້ຍ່ອຍ ຫຼື “1)., 2)., 3).” ສໍາລັບຫົວຂໍ້ຍ່ອຍຖັດລົງມາ ຫຼື ເຄື່ອງໝາຍ “ - ”, “ + ” ສໍາລັບຫົວຂໍ້ຍ່ອຍຖັດລົງໄປອີກ;

10). ການຕັ້ງຂອບເຈ້ຍ ຂອງບົດວິທະຍາສາດ ເພື່ອລົງວາລະສານວິທະຍາສາດ ການເມືອງ - ການປົກຄອງ: ຂະໜາດເຈ້ຍ A4, ຂອບເຈ້ຍເບື້ອງຊ້າຍ ແມ່ນ 3 Cm, ເບື້ອງຂວາ ແມ່ນ 2 Cm, ຂອບເຈ້ຍເບື້ອງເທິງ ແມ່ນ 2 Cm ແລະ ເບື້ອງລຸ່ມ ແມ່ນ 2 Cm;

11). ເນື້ອໃນຂອງບົດວິທະຍາສາດ ທີ່ເປັນພາສາລາວ ແມ່ນໃຫ້ໃຊ້ຟອນ Phetsarath OT ທັງໝົດ ແລະພາກສວ່ນທີ່ເປັນພາສາຕ່າງປະເທດ ແລະ ຕົວເລກ ແມ່ນໃຫ້ໃຊ້ຟອນ Times New Roman ທັງໝົດ.

2. ໂຄງປະກອບສ້າງຕົ້ນຕໍ ຂອງວາລະສານວິທະຍາສາດການເມືອງ - ການປົກຄອງ.

ບົດຄົ້ນຄວ້າວິທະຍາສາດທີ່ຈະລົງເຜີຍແຜ່ໃນວາລະສານວິທະຍາສາດ ການເມືອງ - ການປົກຄອງ ຕ້ອງມີໂຄງປະກອບສ້າງ ຄືດັ່ງນີ້:

1). ຫົວຂໍ້ວິທະຍາສາດ ທີ່ເປັນພາສາລາວ ແລະ ພາສາອັງກິດ ມີຂະໜາດຕົວໜັງສື ແມ່ນ 14 ເຂັ້ມ;

2). ຊື່ ແລະ ນາມສະກຸນ ຂອງບັນດານັກຄົ້ນຄວ້າ ເຊິ່ງມີການຈັດລຽງຜູ້ຂຽນຫຼັກກ່ອນ ແລະ ລຽງຕາມລໍາດັບລົງມາ ພ້ອມປະກອບມີອົງການຈັດຕັ້ງທີ່ສັງກັດ, ທີ່ຢູ່ອີເມວ, ເບີໂທລະສັບ (ຂະໜາດຂອງຕົວໜັງສືແມ່ນ 11 ເຂັ້ມ);

3). ບົດຄັດຫຍໍ້ (Abstract) ທີ່ເປັນພາສາລາວ ແລະພາສາອັງກິດ ບໍ່ໃຫ້ກາຍ 1/2 ໜ້າເຈ້ຍ A4, ຂະໜາດຕົວໜັງສືແມ່ນ 12 ທໍາມະດາ. ພ້ອມນັ້ນ, ບົດຄັດຫຍໍ້ຕ້ອງສາມາດສະຫຼຸບ, ສັງລວມ ໂດຍສາມາດສ່ອງແສງໃຫ້ເຫັນໄດ້ເນື້ອໃນລວມທັງໝົດຂອງບົດໂດຍສັງເຂບ ເປັນຕົ້ນແມ່ນ ຄວາມຈຳເປັນຂອງບັນຫາ, ວິທີການສຶກສາຄົນຄ້ວາ, ຜົນຂອງການຄົ້ນຄວ້າ ແລະ ຂໍ້ສະເໜີແນະຕ່າງໆ;

4). ຄໍາສັບທີ່ສໍາຄັນຂອງບົດ (Key words) ທີ່ຢູ່ທ້າຍ ຂອງບົດຄັດຫຍໍ້ ປະມານ 3-6 ຄໍາສັບ ທີ່ເປັນຄໍາສັບຫຼັກ ຂອງບົດຄົ້ນຄວ້າວິທະຍາສາດນັ້ນ, ຂະໜາດຕົວໜັງສືແມ່ນ 12 ທໍາມະດາ;

5). ເນື້ອໃນບົດວິທະຍາສາດ ຕ້ອງສ່ອງແສງໃຫ້ເຫັນເປັນສາມພາກພື້ນຖານ ຄື: ພາກສະເໜີ, ພາກເນື້ອໃນ ແລະ ພາກສະຫຼຸບ, ເປັນຕົ້ນແມ່ນຕ້ອງສາມາດສະແດງໃຫ້ເຫັນແຈ້ງຈຸດປະສົງຂອງການຄົ້ນຄວ້າ, ການທົບທວນທິດສະດີທີ່ເປັນພື້ນຖານໃຫ້ແກ່ການຄົ້ນຄວ້າ, ວິທີການຄົ້ນຄວ້າ, ຜົນໄດ້ຮັບ ຫຼື ຜົນຂອງການວິໄຈ, ຂໍ້ສະເໜີແນະໃນການສຶກສາຄົ້ນຄວ້າໃນຕໍ່ໜ້າ. ສໍາລັບຂະໜາດຕົວໜັງສືເນື້ອໃນບົດ ແມ່ນ 12 ທໍາມະດາ;

6). ເອກະສານອ້າງອີງ ແມ່ນໃຊ້ການອ້າອີງແບບ APA 7th Edition.

+ ການກໍານົດຈໍານວນເນື້ອໃນອ້າງອີງໃນບົດທີ່ຢືມມາ ໃຫ້ຂຽນໄວ້ຢູ່ໃນວົງຢືມ “...” ຕ້ອງບໍ່ໃຫ້ເກີນ 3 ແຖວ ພ້ອມທັງສະເໜີແຫຼ່ງທີ່ມາ ຂອງຂໍ້ມູນດັ່ງກ່າວຢ່າງລະອຽດ, ຄົບຖ້ວນ ຕາມຫຼັກການອ້າງອີງຂອງ APA 7th Edition.

+ ການຈັດລຽງເອກະສານຊ້ອນທ້າຍ: ແມ່ນໃຫ້ເອົາພາສາລາວຂຶ້ນກ່ອນ ແລະ ຈັດລຽງຕາມຕົວອັກສອນພະຍັນຊະນະ ຂອງລາວ (ກ, ຂ, ຄ); ຕໍ່ຈາກນັ້ນ ແມ່ນພາສາອັງກິດ ໂດຍການຈັດລຽງຕາມພະຍັນຊະນະພາສາອັງກິດ (A-Z).

7). ເອກະສານຊ້ອນທ້າຍ ເປັນຕົ້ນແມ່ນ ຕາຕະລາງ, ແຜນວາດ ແລະ ເອກະສານປະກອບຕ່າງໆ ແມ່ນປະຕິບັດຕາມແບບຂອງລະບົບ APA 7th Edition.

ຂັ້ນຕອນໃນການສົ່ງບົດຄົ້ນຄວ້າວິທະຍາສາດ ເພື່ອລົງວາລະສານວິທະຍາສາດ ການເມືອງ - ການປົກຄອງ.

ຂັ້ນຕອນໃນການສົ່ງບົດຄົ້ນຄວ້າວິທະຍາສາດ ລົງເຜີຍແຜ່ໃນວາລະສານວິທະຍາສາດ ການເມືອງ - ການປົກ ຄອງ ແບ່ງອອກເປັນ 2 ລະບົບ ຄື: ສະໝັກຜ່ານລະບົບພື້ນຖານ ແລະ ສະໝັກຜ່ານລະບົບອອນລາຍ; ສໍາລັບການຮັບບົດຄົ້ນຄວ້າວິທະຍາສາດ ແມ່ນໄດ້ກຳນົດເປັນ 2 ໄລຍະຕໍ່ປີ ຄື: ສະບັບທີ 1 ເລີ່ມແຕ່ເດືອນມັງກອນ ຫາເດືອນມິຖຸນາ ຂອງທຸກໆປີ ແລະ ສະບັບທີ 2 ແມ່ນເລີ່ມແຕ່ເດືອນກໍລະກົດ ຫາເດືອນທັນວາ ຂອງທຸກໆປີ ໂດຍມີລາຍ ລະອຽດດັ່ງນີ້:

1. ການລົງທະບຽນບົດວິທະຍາສາດ ຜ່ານລະບົບພື້ນຖານ.

1). ນັກຄົ້ນຄວ້ານໍາເອົາບົດຄົ້ນຄວ້າວິທະຍາສາດ (ເປັນເອກະສານ ແລະ ໄຟລ໌) ໄປຜ່ານຄະນະກອງເລຂາ ທີ່ຮັບຜິດຊອບວາລະສານວິທະຍາສາດ ຢູ່ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ພ້ອມທັງລົງທະບຽນ ເພື່ອບັນນາທິ ການ ແລະ ລົງວາລະສານວິທະຍາສາດ ການເມືອງ - ການປົກຄອງ; ສໍາລັບນັກຄົ້ນຄວ້າພາຍໃນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄ່າທໍານຽມລົງທະບຽນ ແມ່ນ 500,000 ກີບ/ບົດ; ສໍາລັບນັກຄົ້ນຄວ້າປະລິນຍາໂທ, ປະລິນຍາເອກ ແລະ ນັກວິທະຍາສາດທີ່ບໍ່ຂຶ້ນກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄ່າທໍານຽມລົງທະບຽນ ແມ່ນ 650,000 ກີບ/ບົດ ແລະ ນັກຄົ້ນຄວ້າ ຈະໄດ້ຮັບໃບຢັ້ງຢືນການລົງທະບຽນ. (ຖ້າວ່າ ບົດໄດ້ຜ່ານຄະນະກໍາມະການປິດລັບ ຫຼື ຄະນະບັນນາທິການໃຫຍ່ແລ້ວ, ເຖິງວ່າບົດວິທະຍາສາດດັ່ງກ່າວ ບໍ່ໄດ້ຮັບອະນຸມັດໃຫ້ຈັດພິມກໍ່ຕາມ ນັກຄົ້ນຄວ້າກໍ່ບໍ່ສາມາດຖອນຄ່າທໍານຽມດັ່ງກ່າວນັ້ນຄືນໄດ້).

2). ກອງເລຂາວາລະສານວິທະຍາສາດ ຈະເຮັດໜ້າທີ່ຈັດສົ່ງບົດຄົ້ນຄວ້າວິທະຍາສາດ ໃຫ້ຄະນະບັນນາທິການປິດລັບ ຈໍານວນ 3 ທ່ານ/ບົດ, ພ້ອມທັງຮັບໃບຢັ້ງຢືນເຫັນດີ ຫຼື ບໍ່ເຫັນດີ ຈາກຄະນະບັນນາທິການປິດລັບ ພາຍໃນ 2 ອາທິດ (ກໍລະນີທີ່ຄະນະບັນນາທິການປິດລັບ ບໍ່ເຫັນດີຮັບຮອງ, ຖືວ່າບົດຄົ້ນຄວ້າວິທະຍາສາດດັ່ງກ່າວບໍ່ສາມາດລົງເຜີຍແຜ່ໄດ້; ຖ້າວ່າ ຄະນະບັນນາທິການປິດລັບ ເຫັນດີຮັບຮອງ ແຕ່ມີຄຳເຫັນໃຫ້ປັບປຸງຄືນ, ກອງເລຂາຕ້ອງແຈ້ງໃຫ້ນັກຄົ້ນຄວ້າປັບປຸງບົດຄືນໃຫ້ສໍາເລັດພາຍໃນ 2 ອາທິດ ນັບແຕ່ມື້ທີ່ໄດ້ຮັບຄຳເຫັນຈາກຄະນະບັນນາທິການປິດລັບເປັນຕົ້ນໄປ ແລະ ພາຍຫຼັງປັບປຸງບົດສຳເລັດ ໃຫ້ສົ່ງບົດດັ່ງກ່າວໃຫ້ກອງເລຂາຄືນໃໝ່ ເພື່ອນໍາໄປກວດແກ້ອີກເທື່ອໜຶ່ງ; ຖ້າຫາກກາຍໄລຍະເວລາດັ່ງກ່າວ ຖືວ່າສະລະສິດ).

3). ພາຍຫຼັງບົດຄົ້ນຄວ້າວິທະຍາສາດ ຖືກຮັບຮອງຈາກຄະນະບັນນາທິການປິດລັບ 2 ທ່ານຂຶ້ນໄປ, ກອງເລຂາວາລະສານວິທະຍາສາດ ຈະສົ່ງບົດດັ່ງກ່າວໃຫ້ກັບຄະນະບັນນາທິການໃຫຍ່ ເພື່ອຕັດສິນຂັ້ນສຸດທ້າຍ ພາຍໃນ 1 ອາທິດ (ເພື່ອອະນຸມັດນຳເຂົ້າຈັດພິມຕາມຂະບວນການ) ນັບແຕ່ມື້ຄະນະບັນນາທິການປິດລັບໄດ້ຮັບຮອງເປັນຕົ້ນໄປ, ພ້ອມທັງແຈ້ງຜົນການພິຈາລະນາ ໃຫ້ເຈົ້າຂອງບົດວິທະຍາສາດຊາບພາຍໃນ 3 ວັນລັດຖະການ ແລະ ຈັດສົ່ງໃຫ້ຄະນະຮັບຜິດ ຊອບກວດກາເຕັກນິກ ເພື່ອຈັດພິມລົງວາລະສານວິທະຍາສາດ ການເມືອງ - ການປົກຄອງ.

4). ພາຍຫຼັງບົດຄົ້ນຄວ້າວິທະຍາສາດ ຖືກຈັດພິມແລ້ວ ນັກຄົ້ນຄວ້າຈະໄດ້ຮັບເອກະສານຢັ້ງຢືນການຈັດພິມບົດຄົ້ນຄວ້າວິທະຍາສາດ ຈາກປະທານສະພາວິທະຍາສາດ ສມປຊ ພາຍໃນ 10 ວັນລັດຖະການ.

2. ການລົງທະບຽນບົດວິທະຍາສາດຜ່ານລະບົບອອນລາຍ.

1). ເຂົ້າໃນເວັບໄຊວາລະວານວິທະຍາສາດ ການເມືອງ - ການປົກຄອງ https://jnappa.lci.la

2). ລົງທະບຽນເປັນສະມາຊິກຂອງວາລະສານວິທະຍາສາດ ການເມືອງ - ການປົກຄອງ (ສິ່ງສຳຄັນ ນັກຄົ້ນ ຄວ້າຕ້ອງມີທີ່ຢູ່ອີເມວລ໌ (Email) ຂອງຕົນເອງ ຈຶ່ງຈະສາມາດລົງທະບຽນໄດ້).

3). ດຳເນີນການຕື່ມເນື້່ອໃນບົດວິທະຍາສາດ ຕາມຟອມທີ່ກຳນົດໄວ້ໃຫ້ຄົບຖ້ວນ;

4). ພາຍຫຼັງສຳເລັດການຕື່ມເນື້ອໃນບົດວິທະຍາສາດຄົບຖ້ວນແລ້ວ, ກອງເລຂາຈະແຈ້ງຮັບ ແລະ ແຈ້ງໃຫ້ນັກຄົ້ນຄວ້າ ຊຳລະຄ່າບໍລິການ ເພື່ອນຳເຂົ້າສູ່ຂັ້ນຕອນການບັນນາທິການ ພາຍໃນ 10 ວັນລັດຖະການ;

5). ຫຼັງຈາກນັ້ນ ນັກຄົ້ນຄວ້າຕ້ອງໄດ້ຕິດຕາມບົດວິທະຍາສາດຂອງຕົນເອງ ເພື່ອປັບປຸງເນື້ອໃນຕາມການແນະນຳ ຂອງຄະນະບັນນາທິການປິດລັບ ແລະ ກອງເລຂາ ໂດຍຜ່ານທາງເວັບໄຊວາລະສານວິທະຍາສາດ ການເມືອງ - ການປົກຄອງ ພາຍໃນ 30 ວັນ. ຖ້າມີການປັບປຸງຄືນ, ພາຍຫຼັງປັບປຸງສຳເລັດ ຕ້ອງໄດ້ສົ່ງເນື້ອໃນເຂົ້າໃນລະບົບເວັບໄຊອີກເທື່ອໜຶ່ງ, ພ້ອມທັງຕິດຕາມຜົນການພິຈາລະນາ ຂອງຄະນະກຳມະການປິດລັບ ແລະ ຄະນະບັນນາທິການໃຫຍ່ຂອງວາລະສານ; ຖ້າວ່າໄດ້ຮັບຄຳເຫັນ ຫຼື ຄຳແນະນຳໃຫ້ປັບປຸງຄືນຕື່ມ ນັກຄົ້ນຄວ້າຕ້ອງໄດ້ປັບປຸງໃຫ້ສຳເລັດພາຍໃນ 30 ວັນນັບແຕ່ໄດ້ຮັບບົດຈາກຄະນະບັນນາທິການ ເປັນຕົ້ນໄປ.

6). ພາຍຫຼັງສຳເລັດການປັບປຸງ ແລະ ບົດດັ່ງກ່າວຖືກຮັບຮອງຈາກຄະນະບັນນາທິການແລ້ວ ນັກຄົ້ນຄວ້າຈະໄດ້ຮັບໜັງສືຢັ້ງຢືນການຈັດພິມ ຈາກຄະນະຮັບຜິດຊອບຈັດພິມ ວາລະສານວິທະຍາສາດ ການເມືອງ - ການປົກຄອງ ພາຍໃນ 10 ວັນລັດຖະການ ນັບແຕ່ໄດ້ຮັບແຈ້ງການຮັບຮອງ ຈາກກອງເລຂາຮັບຜິດຊອບວາລະສານວິທະຍາສາດ ເປັນຕົ້ນໄປ.

ໂຄງສ້າງຂອງບົດວາລະສານວິທະຍາສາດການເມືອງ-ການປົກຄອງ

ຫົວຂໍ້: .............................................................................. (14 ເຂັ້ມ)

            ຊື່ນັກຄົ້ນຄວ້າ:                                                                                                  (11 ທຳມະດາ)

            ຊື່ກົມກອງ:                                                                                                       (11 ທຳມະດາ)

            ອີເມວ:                                                                                                            (11 ທຳມະດາ)

 

ບົດຄັດຫຍໍ້ 1/2 ໜ້າເຈ້ຍ A4                                                                                        (12 ເຂັ້ມ)

300-500 ຄຳ ຫຼື ເຄິ່ງໜ້າເຈ້ຍ                                                                                          (12 ທໍາມະດາ)

ຄໍາສັບສໍາຄັນ:                                                                                      (12 ເຂັ້ມ)

ເນື້ອ​ໃນ 3-6 ຄຳ​                                                                                                          (12 ທໍາມະດາ)

 

Abstract                                                                                                                  (12 ເຂັ້ມ)

300-500 words                                                                                                        (12 ທໍາມະດາ)

Key words:                                                                                                            (12 ເຂັ້ມ)

ເນື້ອ​ໃນ                                                                                                                       (12 ທໍາມະດາ)

 

ພາກສະເໜີ                                                                                         (12 ເຂັ້ມ)

  • ເຫດຜົນ ແລະ ຄວາມສໍາຄັນຂອງບັນຫາ  (12 ເຂັ້ມ)

ເນື້ອໃນ                                                                                                          (12 ທໍາມະດາ)

  • ຈຸດປະສົງການຄົ້ນຄວ້າ  (12 ເຂັ້ມ)

ເນື້ອໃນ                                                                                                           (12 ທໍາມະດາ)

  • ແນວຄິດ, ທິດສະດີ ແລະ ການວິໄຈທີ່ກ່ຽວຂ້ອງ ສັງລວມໂດຍຫຍໍ້  (12 ເຂັ້ມ)

ເນື້ອໃນ                                                                                                           (12 ທໍາມະດາ)

  • ວິທີດໍາເນີນການວິໄຈ, ການສຶກສາຄົ້ນຄວ້າ  (12 ເຂັ້ມ)

ເນື້ອໃນ                                                                                                           (12 ທໍາມະດາ)

 

ພາກເນື້ອໃນ                                                                                        (12 ເຂັ້ມ)

  • ຜົນຂອງການຄົ້ນຄວ້າ, ການວິໄຈ ແລະ ການສົນທະນາທົກບັນຫາ (12 ເຂັ້ມ)

         ເນື້ອໃນ                                                                                                           (12 ທໍາມະດາ)

  • ເປັນການລາຍງານຜົນສຳເລັດ, ບັນຫາ ແລະ ແນວທາງ, ວິທີການສຶກສາຄົ້ນຄວ້າ

ໃນການແກ້ໄຂບັນຫາທີ່ຕັ້ງຂຶ້ນ                                                           (12 ເຂັ້ມ)

         ເນື້ອໃນ                                                                                                          (12 ທໍາມະດາ)

ພາກສະຫຼຸບ                                                                                         (12 ເຂັ້ມ)

  • ສະຫຼຸບຜົນການສຶກສາຄົ້ນຄວ້າ  (12 ເຂັ້ມ)

         ເນື້ອໃນ                                                                                                           (12 ທໍາມະດາ)

  • ຂໍ້ສະເໜີແນະ ໃນການສຶກສາຄົ້ນຄວ້າ  (12 ເຂັ້ມ)

         ເນື້ອໃນ                                                                                      (12 ທໍາມະດາ)

  • ເອກະສານອ້າງອີງ (ແບບເອພີເອ -APA 7th EDITION)  (12 ເຂັ້ມ)

         ເນື້ອໃນ                                                                                                           (12 ທໍາມະດາ)

  • ເອກະສານຊ້ອນທ້າຍ  (12 ເຂັ້ມ)

         ເນື້ອໃນ                                                                                                           (12 ທໍາມະດາ)

Submission Preparation Checklist

All submissions must meet the following requirements.

  • This submission meets the requirements outlined in the Author Guidelines.
  • This submission has not been previously published, nor is it before another journal for consideration.
  • All references have been checked for accuracy and completeness.
  • All tables and figures have been numbered and labeled.
  • Permission has been obtained to publish all photos, datasets and other material provided with this submission.

Articles

Section default policy

Privacy Statement

The names and email addresses entered in this journal site will be used exclusively for the stated purposes of this journal and will not be made available for any other purpose or to any other party.