ແນວຄວາມຄິດກ່ຽວກັບກົດໝາຍ ໃນນິພົນ ໂຮ່ຈີມິນ
Legal Concepts in Ho Chi Minh’s Dissertation
DOI:
https://doi.org/10.71026/jnappa.2026.010104Keywords:
ກົດໝາຍ, ແນວຄິດໂຮ່ຈີມິນ, ສະຕິກົດໝາຍ.Abstract
ປະເທດຫວຽດນາມ ໃນເວລາທີ່ຍັງບໍ່ທັນມີລັດຖະທໍາມະນູນ ຊຶ່ງປະທານ ໂຮ່ຈີມິນ ໄດ້ເວົ້າວ່າ: ປະເທດ ເຮົາຈິ່ງບໍ່ມີລັດຖະທໍາມະ ນູນ. ປະຊາຊົນເຮົາຈິ່ງບໍ່ໄດ້ຊົມໃຊ້ສິດເສລີພາບປະຊາທິປະໄຕ. ພວກເຮົາຕ້ອງມີລັດຖະທໍາມະນູນປະຊາທິປະໄຕ; ປະທານ ໂຮຈີມິນ ເປັນຜູ້ໃຫ້ຄວາມສໍາຄັນໃນການປົກຄອງລັດດ້ວຍກົດໝາຍ ໂດຍສະເພາະລັດຖະທໍາມະນູນ; ສະນັ້ນ ໃນນິພົນໂຮ່ຈີມິນ ເນື້ອໃນຈໍານວນໜຶ່ງຈິ່ງເວົ້າເຖິງກົດໝາຍ ເປັນຕົ້ນການຜັນຂະຫຍາຍບັນດາມາດຕາ ຂອງລັດຖະທໍາມະນູນ ກາຍເປັນກົດໝາຍຕ່າງໆ ເພື່ອຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ. ສະນັ້ນ, ຈຸດ ປະສົງໃນການສຶກສາແນວຄິດກ່ຽວກັບກົດໝາຍ ໃນນິພົນ ໂຮ່ຈີມິນ ເພື່ອຂຸດຄົ້ນບັນດາທັດສະນະ, ແນວຄິດ ຂອງປະທານ ໂຮ່ຈີມິນ ກ່ຽວກັບກົດໝາຍ ແນໃສ່ເພື່ອເປັນຫຼັກການ, ເປັນບ່ອນອີງທາງດ້ານແນວຄິດທິດສະດີທີ່ໜັກແໜ້ນໃຫ້ແກ່ການຮຽນຮູ້ ແລະ ໝູນໃຊ້ເຂົ້າໃນພຶດຕິກໍາ ຂອງລະບົບການປົກຄອງ ກໍຄືການສ້າງ ແລະ ປັບປຸງກົດໝາຍ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ເຮັດໃຫ້ກົດໝາຍເປັນເຄື່ອງມືສະກັດກັ້ນ ແລະ ຕ້ານການກະທໍາຜິດໃນສັງຄົມ, ເພື່ອຄວບຄຸມການປະພຶດຂອງຄົນໃນສັງຄົມດ້ວຍກົດໝາຍ, ສ້າງຄວາມສະເໝີພາບ, ຄວາມເທົ່າທຽມ, ສ້າງຄວາມສັກສິດທາງດ້ານກົດໝາຍ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລັດ, ລວມໝູ່, ບຸກຄົນ ແລະ ພົນລະເມືອງ ຢ່າງແທ້ຈິງ.