ແນວຄວາມຄິດກ່ຽວກັບກົດໝາຍ ໃນນິພົນ ໂຮ່ຈີມິນ

Legal Concepts in Ho Chi Minh’s Dissertation

Authors

  • Phoutsadaphone PHIMMAVONGSA ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ Author

DOI:

https://doi.org/10.71026/jnappa.2026.010104

Keywords:

ກົດໝາຍ, ແນວຄິດໂຮ່ຈີມິນ, ສະຕິກົດໝາຍ.

Abstract

ປະເທດຫວຽດນາມ ໃນເວລາທີ່ຍັງບໍ່ທັນມີລັດຖະທໍາມະນູນ ຊຶ່ງປະທານ ໂຮ່ຈີມິນ ໄດ້ເວົ້າວ່າ: ປະເທດ ເຮົາຈິ່ງບໍ່ມີລັດຖະທໍາມະ ນູນ. ປະຊາຊົນເຮົາຈິ່ງບໍ່ໄດ້ຊົມໃຊ້ສິດເສລີພາບປະຊາທິປະໄຕ. ພວກເຮົາຕ້ອງມີລັດຖະທໍາມະນູນປະຊາທິປະໄຕ; ປະທານ ໂຮຈີມິນ ເປັນຜູ້ໃຫ້ຄວາມສໍາຄັນໃນການປົກຄອງລັດດ້ວຍກົດໝາຍ ໂດຍສະເພາະລັດຖະທໍາມະນູນ; ສະນັ້ນ ໃນນິພົນໂຮ່ຈີມິນ ເນື້ອໃນຈໍານວນໜຶ່ງຈິ່ງເວົ້າເຖິງກົດໝາຍ ເປັນຕົ້ນການຜັນຂະຫຍາຍບັນດາມາດຕາ ຂອງລັດຖະທໍາມະນູນ ກາຍເປັນກົດໝາຍຕ່າງໆ ເພື່ອຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ. ສະນັ້ນ, ຈຸດ ປະສົງໃນການສຶກສາແນວຄິດກ່ຽວກັບກົດໝາຍ ໃນນິພົນ ໂຮ່ຈີມິນ ເພື່ອຂຸດຄົ້ນບັນດາທັດສະນະ, ແນວຄິດ ຂອງປະທານ ໂຮ່ຈີມິນ ກ່ຽວກັບກົດໝາຍ ແນໃສ່ເພື່ອເປັນຫຼັກການ, ເປັນບ່ອນອີງທາງດ້ານແນວຄິດທິດສະດີທີ່ໜັກແໜ້ນໃຫ້ແກ່ການຮຽນຮູ້ ແລະ ໝູນໃຊ້ເຂົ້າໃນພຶດຕິກໍາ ຂອງລະບົບການປົກຄອງ ກໍຄືການສ້າງ ແລະ ປັບປຸງກົດໝາຍ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ເຮັດໃຫ້ກົດໝາຍເປັນເຄື່ອງມືສະກັດກັ້ນ ແລະ ຕ້ານການກະທໍາຜິດໃນສັງຄົມ, ເພື່ອຄວບຄຸມການປະພຶດຂອງຄົນໃນສັງຄົມດ້ວຍກົດໝາຍ, ສ້າງຄວາມສະເໝີພາບ, ຄວາມເທົ່າທຽມ, ສ້າງຄວາມສັກສິດທາງດ້ານກົດໝາຍ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລັດ, ລວມໝູ່, ບຸກຄົນ ແລະ ພົນລະເມືອງ ຢ່າງແທ້ຈິງ.

Downloads

Published

2026-03-03

How to Cite

ແນວຄວາມຄິດກ່ຽວກັບກົດໝາຍ ໃນນິພົນ ໂຮ່ຈີມິນ: Legal Concepts in Ho Chi Minh’s Dissertation. (2026). ວາລະສານ ວິທະຍາສາດການເມືອງ-ການປົກຄອງ, 1(01), 37-46. https://doi.org/10.71026/jnappa.2026.010104

Similar Articles

1-10 of 11

You may also start an advanced similarity search for this article.