ພັດທະນາຄົນເພື່ອຕອບສະໜອງກັບການພັດທະນາປະເທດຊາດຕາມທິດສັງຄົມນິຍົມ ຢູ່ ສປປ ລາວ

Human resource development to respond to the national developmentIn the socialist direction in Lao PDR

Authors

  • Khammone CHANTHACHITH Author

DOI:

https://doi.org/10.71026/ttw0bf03

Keywords:

ການພັດທະນາຄົນ, ສັງຄົມນິຍົມ, ສປປ ລາວ.

Abstract

ການພັດທະນາຄົນເປັນປັດໄຈສຳຄັນ, ຈຳເປັນ ແລະ ຂາດບໍ່ໄດ້ໃນແຕ່ລະໄລຍະປະຫວັດສາດ; ການພັດທະນາຄົນ ແມ່ນການສ້າງໃຫ້ຄົນມີຄວາມຮູ້, ວິຊາການ, ມີສຸຂະພາບແຂງແຮງ ແລະ ມີຄວາມສີວິໄລດ້ານຈິດໃຈ ແນໃສ່ຮັບໃຊ້ພາລະກິດສ້າງສັງຄົມນິຍົມ. ຜ່ານມາການພັດທະນາຄົນ ເພື່ອຕອບສະໜອງການພັດທະນາປະເທດຊາດຕາມທິດສັງຄົມນິຍົມ ຢູ່ ສປປ ລາວ ໄດ້ມີຜົນສຳເລັດ ໂດຍສະເພາະດ້ານແນວຄິດຕໍ່ອຸດົມການສັງຄົມນິຍົມ, ດ້ານການສຶກສາ, ສະຕິປັນ ຍາ, ຄວາມສາມາດ, ຄວາມຊຳນານງານ, ດ້ານເຕັກນິກ, ວິຊາການ...ພ້ອມດຽວກັນນີ້ ຍັງປະສົບກັບບັນຫາຫຼາຍຢ່າງ ເປັນຕົ້ນການພັດທະ ນາຄົນ ໃຫ້ເຂົາເຈົ້າເຂົ້າໃຈອຸດົມການສັງຄົມນິຍົມ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ທິດສະດີສັງຄົມນິຍົມ, ວັດທະນະທຳສັງຄົມນິຍົມ ຍັງບໍ່ທັນທົ່ວເຖິງທຸກເປົ້າໝາຍ, ການພັດທະນາພະນັກງານ-ລັດຖະ ກອນ ປະສິດທິພາບຍັງບໍ່ສູງ, ທັກສະວິຊາຊີບໃຫ້ພົນລະເມືອງ ຍັງ ຈໍາກັດ, ການປັບຕົວເຂົ້າກັບສະພາບວິທະຍາສາດ ເຕັກໂນໂລຊີກ້າວໜ້າ ແລະ ການນຳໃຊ້ເຂົ້າມາຮັບໃຊ້ການພັດທະນາປະເທດຊາດ ຍັງເຮັດໄດ້ໜ້ອຍ; ການສົ່ງເສີມສຸຂະພາບ, ພະລານາໄມໃຫ້ທົ່ວປວງຊົນ ເພື່ອໃຫ້ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ດ້ານຈິດໃຈ ຍັງບໍ່ທັນບັນລຸຕາມຄາດໝາຍວາງໄວ້ ແລະ ບັນຫາອື່ນໆ. ດ້ວຍເຫດນັ້ນ, ການພັດທະນາຄົນໃນຕໍ່ໜ້າຈຶ່ງຕ້ອງໄດ້ເອົາໃຈໃສ່ໃນການສ້າງໃຫ້ຄົນມີປັນຍາຄວາມຮູ້, ມີຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິ ຍົມ; ເອົາໃຈໃສ່ຍົກລະດັບດ້ານການສຶກສາ, ເຕັກນິກວິຊາການ ແລະ ຮັບປະກັນໃຫ້ມີສຸຂະພາບແຂງແຮງ, ມີຄວາມສີວິໄລດ້ານຈິດໃຈ

Downloads

Published

2026-03-03

How to Cite

ພັດທະນາຄົນເພື່ອຕອບສະໜອງກັບການພັດທະນາປະເທດຊາດຕາມທິດສັງຄົມນິຍົມ ຢູ່ ສປປ ລາວ: Human resource development to respond to the national developmentIn the socialist direction in Lao PDR. (2026). ວາລະສານ ວິທະຍາສາດການເມືອງ-ການປົກຄອງ, 1(01), 1-11. https://doi.org/10.71026/ttw0bf03

Similar Articles

1-10 of 11

You may also start an advanced similarity search for this article.