ກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານບ້ານ

Constructing political foundation related to national defense and security works at village level

Authors

  • Chanthanom BANDAVONG ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ Author

DOI:

https://doi.org/10.71026/jnappa.2026.010106

Keywords:

ຮາກຖານການເມືອງ, ຄວາມໝັ້ນຄົງ, ຂັ້ນບ້ານ

Abstract

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນວຽກງານໜຶ່ງທີ່ສໍາຄັນຂອງຊາດ, ຮັບປະກັນໃຫ້ແກ່ການເຄື່ອນໄຫວຕ່າງໆ ແລະເປັນຍຸດທະສາດສໍາຄັນຂອງພັກເຮົາ ຊຶ່ງນອນໃນ 4ເນື້ອໃນ, 4ຄາດໝາຍໃນການສ້າງບ້ານ ແລະກຸ່ມບ້ານພັດທະນາຊຶ່ງໃນລັດຖະທໍາມະນູນແຫ່ງ ສປປ ລາວໄດ້ກໍານົດວ່າ:ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພັນທະຂອງທຸກການຈັດຕັ້ງ ແລະພົນລະເມືອງລາວທຸກຄົນ...ການຈັດຕັ້ງຮາກຖານການເມືອງ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍແມ່ນປະເພດການຈັດຕັ້ງໜຶ່ງຂອງພັກມີທີ່ຕັ້ງເປັນພື້ນຖານຂອງພັກ, ເປັນແກນນຳໃນລະບົບການເມືອງຢູ່ຮາກຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນຢູ່ສຳນັກງານ-ອົງການ, ກົມກອງ ແລະບ້ານ.ສະຫຼຸບແລ້ວ,ການກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 09/ກມສພ ວ່າດ້ວຍການສ້າງບ້ານ ແລະກຸ່ມບ້ານພັດທະນາ; ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 17/ຄລສພວ່າດ້ວຍການເພີ່ມທະວີວຽກງານກໍ່ສ້າງຮາກຖານຕິດພັນກັບການສ້າງບ້ານ ແລະກຸ່ມບ້ານພັດທະນາ; ຄໍາສັ່ງເລກທີ 03/ກມສພ ວ່າດ້ວຍວຽກງານ 3 ສ້າງ, ທັງໝົດນັ້ນ ແມ່ນແນໃສ່ກໍ່ສ້າງ ແລະປັບປຸງລະບົບການເມືອງ ຢູ່ທ້ອງຖິ່ນຮາກຖານ ເພື່ອການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນເອງຕາມທີ່ການຈັດຕັ້ງພັກ-ລັດ ແລະປະຊາຊົນມອບໝາຍໃຫ້.

References

ກະຊວງປ້ອງກັນຄວາມສະຫງົບ. (2019). ບົດສະ ຫຼຸບຂອງກົມ ຄຸ້ມຄອງສາມະໂນຄົວ ແລະກໍ່ສ້າງຮາກຖານກະຊວງປ້ອງກັນ XI ພັກປະຊາຊົນປະຕິວັດລາວ, ໂຮງພີມແຫູ່ງລັດ.

Downloads

Published

2026-03-03

How to Cite

ກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານບ້ານ: Constructing political foundation related to national defense and security works at village level. (2026). ວາລະສານ ວິທະຍາສາດການເມືອງ-ການປົກຄອງ, 1(01), 59-65. https://doi.org/10.71026/jnappa.2026.010106

Similar Articles

You may also start an advanced similarity search for this article.