ການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
Technological Development and Application in National Development of Lao PDR
DOI:
https://doi.org/10.71026/30gkjv70Keywords:
ເຕັກໂນໂລຊີ, ການພັດທະນາ, ການນໍາໃຊ້ເຕັກໂນໂລຊີ.Abstract
ໃນຍຸກສະໄໝປັດຈຸບັນ, ການນຳໃຊ້ເຕັກໂນໂລຊີທັນສະໄໝ ເປັນຕົ້ນແມ່ນເຕັກໂນໂລຊີອິນເຕີເນັດແຫ່ງສັບພະສິ່ງ (IoT), ການນຳໃຊ້ຂໍ້ມູນມະຫານສານ (Big Data), ກຸ່ມຂໍ້ມູນຜູກພັນ (Block chain), ປັນຍາປະດິດ (AI), ຫຸ່ນຍົນ, ພາຫະນະບໍ່ມີຄົນຂັບ, ເຕັກໂນໂລຊີຊີວະພາບ ແລະ ພັນທຸກຳ, ໂຮງງານອັດສະລິຍະ ແລະ ການສ້າງຕົວເມືອງອັດສະລິຍະ ໄດ້ຖືກນໍາໃຊ້ນັບມື້ກວ້າງຂວາງ ຊຶ່ງໄດ້ນຳເອົາທັງກາລະໂອກາດ ແລະ ສິ່ງທ້າທາຍມາສູ່ມວນມະນຸດ ແລະ ສໍາລັບ ສປປ ລາວ, ພັກຖືສຳຄັນການພັດທະນາວິທະຍາສາດ-ເຕັກໂນໂລຊີເພື່ອຂັບເຄື່ອນການພັດທະນາ ໂດຍໄດ້ຢືນຢັນວ່າ “ນຳໃຊ້ຜົນສຳ ເລັດດ້ານວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນການຜະລິດ, ການບໍລິ ການ ແລະ ການຄຸ້ມຄອງລັດ. ພ້ອມກັນນັ້ນ, ລັດຖະບານລາວ ກໍເອົາໃຈໃສ່ພັດທະນາຂະ ແໜງວິທະຍາສາດ-ເຕັກໂນໂລຊີຢ່າງຕັ້ງໜ້າ. ແຕ່ກໍ່ຍັງເຫັນວ່າ ການການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາລາວ ກໍ່ຍັງມີບາງດ້ານຈຳກັດ ທີ່ຕ້ອງໄດ້ແກ້ໄຂ ເຊັ່ນ: ຕ້ອງໄດ້ສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ, ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີ, ພັດທະນາຜະລິດຕະພັນ ແລະ ການບໍລິການດິຈິຕອນ, ພັດທະ ນາຊັບພະຍາກອນມະນຸດດ້ານເຕັກໂນໂລຊີ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ທັງໝົດແມ່ນເພື່ອເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນ ນັບມື້ນັບດີຂຶ້ນ.
References
ກະຊວງເຕັກໂນໂລຊີ ແລະ ການສືິ່ສານ. (6160). ວິໄສທັດການ ພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິ ຕອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນ ພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ ປີ (2021-2055). ກະຊວງເຕັກໂນໂລຊີ ແລະ ການສືິ່ສານ. (6160). ຮ່າງທີ 1 ແຜນ ພັດທະນາເຕັກໂນໂລຊີ ແລະ ການສືິ່ສານ 5 ປີ ຄັົ້ງທີ IV (2026-2030).
ກະຊວງແຜນການ ແລະ ການລງທຶນ. (ປີ 2021). ແຜນພັດທະນາ ເສດຖະກິດ-ສັງຄມແຫ່ງຊາດ ຄັົ້ງທີ IX (2021-2025).
ສະພາທິດສະດີສູນກາງພັກ. (2023). ເອກະສານສາມະນາທິດສະດີ ລະຫວ່າງ ພັກປະຊາຊນປະຕິວັດລາວ ແລະ ພັກກອມມູນິດ ຈີນ ຄັົ້ງທີ X. ສີສຸລິດ, ທ. (6166). ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ບດໂອ້ລມຕິ່ກອງປະຊຸມສາມະນາພະນັກງານ ການນາລະດັບສູງ ກ່ຽວກັບການຫັນເປັນດິຈິຕອນ ຂອງ ສປປ ລາວ.
ວາລະສານ ອາລຸນໃໝ່. (2021). ເອກະສານກອງປະຊຸມໃຫຍ່ ຄັົ້ງ ທີ XI ພັກປະຊາຊນປະຕິວັດລາວ.
University of California. (2025, 24th June). Global Perspectives is devoted to the study of global patterns and developments across a wide range of topics and fields. Retrieved from https://online. ucpress.edu/gp/ article/2/1/27353/118411/How-IsTechnology-Changing-the-World-and-How.